● ເປີດຮັບສະໝັກແລ້ວ — Taksademy

Training Course on Essential Claude AI Fundamentals for Efficient Work

ຫຼັກສູດຝຶກອົບຮົມການໃຊ້ Claude AI ພື້ນຖານສຳຄັນເພື່ອການເຮັດວຽກຢ່າງມີປະສິດທິພາບ
ຊົ່ວໂມງ
0
ທັກສະຫຼັກ
0
ມື້ຈົບ
0
ລົງມືປະຕິບັດຈິງ
0 %

Training Course on Essential Claude AI Fundamentals for Efficient Work

ຫຼັກສູດຝຶກອົບຮົມການໃຊ້ Claude AI ພື້ນຖານສຳຄັນເພື່ອການເຮັດວຽກຢ່າງມີປະສິດທິພາບ

ກ່ຽວກັບຫຼັກສູດນີ້

ຫຼັກສູດນີ້ຖືກອອກແບບມາ ສະເພາະສຳລັບເຈົ້າຂອງທຸລະກິດ SME ແລະ MSME ໃນລາວ ແລະ ພະນັກງານໃນອົງກອນ ທົ່ວໄປທີ່ຢາກເຮັດວຽກໄວ ແລະ ມີປະສິດທິພາບຂຶ້ນ (ບໍ່ໄດ້ສອນທິດສະດີ AI ທົ່ວໄປ) ແຕ່ແມ່ນການນຳໃຊ້ Claude AI ເຂົ້າໃນວຽກປະຈຳວັນ ບໍ່ວ່າຈະເປັນການວາງແຜນວຽກ, ການສື່ສານ, ການວິເຄາະຂໍ້ມູນ, ຫຼືການສ້າງເອກະສານ, ເຊິ່ງທ່ານຈະໄດ້ລົງມືປະຕິບັດຕົວຈິງເຕັມມື້. ຫຼັງຈາກຈົບການຝຶກອົບຮົມ, ບັນຊີ Claude Pro ຂອງທ່ານຍັງສາມາດໃຊ້ງານໄດ້ ຕໍ່ກັບວຽກຂອງທ່ານໄດ້ເລີຍ.

ສິ່ງທີ່ທ່ານຈະໄດ້ຮຽນຮູ້

ຜູ້ຝຶກອົບຮົມ

ທ່ານ ສຸໄນ ໂພທິສານ
ຜູ້ອຳນວຍການ Emerging Digital Solutions

ທ່ານ ສຸໄນ ໂພທິສານ ແມ່ນທີ່ປຶກສາດ້ານການຕະຫຼາດດີຈິຕ໊ອລ ທີ່ມີປະສົບການຫຼາຍກວ່າ 12 ປີ ເພື່ອສົ່ງເສີມ ຊຸກຍູ້  ແລະ ພັດທະນາຄວາມສາມາດ ທາງອອນໄລນ໌ ໃຫ້ແກ່ MSME ທົ່ວປະເທດລາວ. ປັດຈຸບັນເປັນຜູ້ອຳນວຍການບໍລິສັດ AQQOUNT Investment & Consulting ແລະ ຜູ້ກໍ່ຕັ້ງ Emerging Digital Solutions (EDS), ພ້ອມທັງເປັນປະທານ BNI CEO Chapter Laos ແລະ ອາຈານສອນວິຊາທຸລະກິດ ໃນສະຖາບັນການສຶກໃນປະເທດລາວຕັ້ງແຕ່ປີ 2016.

ຫຼັກສູດນີ້ປະກອບມີ

ຝຶກອົບຮົມເຕັມມື້ 8 ຊົ່ວໂມງ

ຮຽນສະເພາະກຸ່ມ ຈຳນວນຈຳກັດ

ຮັບບັນຊີ Claude Pro ໜຶ່ງເດືອນ

ມີ coffee break 2 ຄັ້ງ ພ້ອມອາຫານທ່ຽງ

ໄດ້ template ນຳໄປໃຊ້ກັບວຽກຕົວຈິງ

ໄດ້ໃບຢັ້ງຢືນຫຼັກສູດ

ສອນເປັນພາສາລາວ ເຂົ້າໃຈງ່າຍ

ພົບປະ ແລກປ່ຽນກັບເຈົ້າຂອງທຸລະກິດອື່ນໆ

ລົງມືປະຕິບັດຕົວຈິງ 100% ຕະຫຼອດຫຼັກສູດ

ເນື້ອໃນຫຼັກສູດ

6 ພາກ • ຫຼັກສູດເຕັມມື້
  • Claude ແມ່ນຫຍັງ?
  • ວິທີການຂຽນຄຳສັ່ງ (prompt) ຢ່າງມີປະສິດທິພາບ ໃນ Claude
  • ການຂຽນຄຳສັ່ງ (prompt) ເປັນພາສາລາວ ແລະ ພາສາອັງກິດ
  • ຄວາມສຳຄັນໃນການສ້າງ Claude Project
  • ສ້າງໂປຣໄຟລ໌ບໍລິສັດ ແລະ ໃບສະເໜີໜ້າດຽວ
  • ສ້າງໃບແຈ້ງໜີ້ແບບມືອາຊີບ — Claude ສາມາດສ້າງເປັນໄຟລ໌ Word ຫຼື PDF ໄດ້
  • ສ້າງໃບສະເໜີລາຄາແບບແຍກລາຍການ
  • ການກວດກາເລື່ອງຂໍ້ມູນກ່ອນນຳໃຊ້ຕົວຈິງ
  • ການສ້າງ Project ເພື່ອນຳໃຊ້ໃນຄັ້ງຕໍ່ໄປ
  • ຫຼັກການ ການນຳໃຊ້ Claude ປ່ຽນເອກະສານຕົວເລກໃຫ້ກາຍເປັນບົດສະຫຼຸບ ຫຼື ບົດລາຍງານແບບງ່າຍດາຍ
  • ໃຊ້ Claude ວິເຄາະຍອດຂາຍ, ລາຍຈ່າຍ, ຫຼື ສະຕັອກສິນຄ້າ ເພື່ອສ້າງເປັນບົດສະຫຼຸບ ຫຼື ອອກແບບສ້າງເປັນໄຟລ໌ Excel ໃໝ່ທີ່ສະອາດງາມຕາຂຶ້ນ
  • ໃຊ້ Claude ເພື່ອເປັນທີ່ປຶກສາທາງທຸລກິດ ຄົ້ນຄວ້າຕະຫຼາດ ແລະ ຄູ່ແຂ່ງ
  • ການໃຊ້ Claude ເພື່ອກວດເບິ່ງຄວາມສ່ຽງຂອງເອກະສານ: ໃບສະເໜີລາຄາຈາກຜູ້ສະໜອງ ຫຼື ສັນຍາຕ່າງໆ ເພື່ອຫາຈຸດສ່ຽງກ່ອນລົງມືເຊັນ
  • ການໃຊ້ Claude ເປັນທີ່ປຶກສາທາງທຸລະກິດ ເພື່ອຊ່ວຍການຕັດສິນໃຈຕ່າງໆ
  • ການສ້າງ Project ເພື່ອນຳໃຊ້ໃນຄັ້ງຕໍ່ໄປ
  • ໃຊ້ Claude ສ້າງຮູບພາບງ່າຍໆ
  • ໃຊ້ Claude ສ້າງໂປສເຕີ້ ຫຼື ເວັບໄຊທ໌ໜ້າດຽວ
  • ໃຊ້ Claude ສ້າງເຄື່ອງມືທີ່ຕອບສະໜອງໄດ້ (ເຄື່ອງຄິດໄລ່ລາຄາ)
  • ການສ້າງ Project ເພື່ອນຳໃຊ້ໃນຄັ້ງຕໍ່ໄປ
  • ການໃຊ້ Claude ຮ່າງ ແລະ ຕອບອີເມວດ້ວຍລັກສະນະນ້ຳສຽງທີ່ເໝາະສົມ
  • ການໃຊ້ Claude ເປັນຜູ້ແປເອກະສານເປັນພາສາຕ່າງໆໃຫ້
  • ການນຳໃຊ້ Claude ເປັນຜູ້ຄິດຄຳອະທິບາຍເພື່ອໂພດລົງໂຊຊຽວມີເດຍ
  • ການສ້າງ Project ເພື່ອນຳໃຊ້ໃນຄັ້ງຕໍ່ໄປ
  • ຄວາມສຳຄັນການໃຊ້ Project ເພື່ອສັ່ງເຮັດວຽກໂດຍບໍ່ຕ້ອງອະທິບາຍໃຫ້ Claude ຟັງໃໝ່ທຸກຄັ້ງ
  • ການຖາມຕອບ

ເງື່ອນໄຂ

ຫຼັກສູດນີ້ເໝາະສຳລັບໃຜ

ລາຄາ

ຢ່າພາດໂອກາດນີ້ຈອງບ່ອນນັ່ງດ່ວນເລີຍ, ມີຈຳນວນຈຳກັດ

ມື້ຮຽນ

📅 22 ສິງຫາ (ວັນເສົາ) 2026

ເວລາ

⏰ 08:30–17:30

ພາສາ

🗣️ ສອນເປັນພາສາລາວ

🔥 ລາຄາພິເສດຈອງກ່ອນ ວັນທີ 12 ສິງຫາ 2026
1.990,000 ກີບ
ລາຄາປົກກະຕິ
2,200,000 ກີບ

ການເຝິກອົບຮົມທີ່ຜ່ານມາ

ພ້ອມທີ່ຈະນຳໃຊ້ AI ໃນທຸລະກິດຂອງທ່ານແລ້ວບໍ?

ບ່ອນນັ່ງມີຈຳກັດ — ຈອງມື້ນີ້ເພື່ອບໍ່ພາດໂອກາດ